Job Description:
About the opportunity
* ຊ່ວຍຊອກຫາຮ້ານອາຫານໃຫ້ເຂົ້າມາເປັນຄູ່ຮ່ວມທຸລະກິດກັບບໍລິສັດຕາມເປົ້າໝາຍທີ່ກຳນົດໄວ້;
* ຊ່ວຍລົງຂໍ້ມູນຮ້ານອາຫານໃໝ່ໃນລະບົບ;
* ຊ່ວຍປິດບັນຊີຮ້ານອາຫານທີ່ບໍ່ຜ່ານມາດຕະຖານ (zombie) ໃນລະບົບ;
* ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າສາຍງານ.
What you need to be successful
* ຍິນດີຕອນຮັບນັກສຶກສາຈົບໃໝ່;
* ວຸທິການສຶກສາ ສາຂາບໍລິຫານທຸລະກິດ ຫຼື ສາຍອື່ນໆທີ່ກ່ຽວຂ້ອງ.
* ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite.
* ມີທັກສະໃນການແກ້ໄຂບັນຫາສະເພາະໜ້າ, ການສື່ສານ ແລະ ການເຈລະຈາ, ຮັກໃນການບໍລິການ ແລະ ມີມະນຸດສຳພັນດີ.
* ມີພາຫະນະເປັນຂອງຕົນເອງ, ມີຄວາມຄຸ້ນເຄີຍ ແລະ ເຂົ້າໃຈສະພາບທ້ອງຖິ່ນ.
* ມີຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຊື້ຂາຍອາຫານອອນລາຍ ຫຼື ກ່ຽວກັບ/ຄ້າຍຄື ຟູດແພນດ້າ ຈະພິຈາລະນາເປັນພິເສດ.
Who we are
Foodpanda ເປັນສ່ວນໜຶ່ງຂອງ Delivery Hero Group, ເຊິ່ງເປັນແພລດຟອມຈັດສົ່ງອາຫານທ້ອງຖິ່ນຊັ້ນນໍາຂອງໂລກ. ພາລະກິດຂອງພວກເຮົາແມ່ນເພື່ອສົ່ງມອບປະສົບການທີ່ດີເລີດ - ໄວ, ງ່າຍ, ແລະ ສົ່ງເຖິງໜ້າປະຕູເຮືອນຂອງທ່ານ. ພວກເຮົາດໍາເນີນທຸລະກິດຢູ່ໃນປະມານ 65 ປະເທດທົ່ວໂລກ. ມີສໍານັກງານໃຫຍ່ຢູ່ທີ່ເບີລິນ, ເຢຍລະມັນ. Delivery Hero ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ Frankfurt ຕັ້ງແຕ່ປີ 2017 ແລະ ເປັນສ່ວນໜຶ່ງຂອງດັດຊະນີຫຼັກຊັບ MDAX.
What's in it for you
* ມີເງິນອຸດໜູນ ແລະ ສ່ວນຫຼຸດ ຟູດແພນດ້າ ໃຫ້!
* ມີລະບົບຮຽນຮູ້ດ້ວຍຕົນເອງອອນໄລ (self-paced online learning platform)
* ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
* ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
* ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
* ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
* ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ
| Source: | Company website |
| Posted on: | 09 Jun 2026 |
| Type of offer: | Internship |
| Industry: | Internet / New Media |
| Languages: | English |